ພວກເຮົາກຳລັງຊອກຫາຄູເຝິກທີ່ພ້ອມຈະສ້າງຄວາມແຕກຕ່າງ

ຄວາມຮູ້ທາງດ້ານທຸລະກິດຂອງທ່ານສາມາດເປັນສ່ວນຊ່ວຍໃນການປົກປັກຮັກສາສິ່ງແວດລ້ອມ. ໂຄງການນີ້ເປັນສ່ວນໜຶ່ງຂອງໂຄງການບົ່ມເພາະທຸລະກິດສີຂຽວ ຫຼື the SAFE initiative ທີ່ສະໜັບສະໜູນໂດຍ ອົງກອນບໍລິການດ້ານປ່າໄມ້ເກົາຫຼີ (KFS) ເຊິ່ງຮ່ວມກັນຈັດຕັ້ງປະຕິບັດໂດຍ ອົງກອນສະຫະປະຊາຊາດເພື່ອສິ່ງແວດລ້ອມ (UNEP), Bridge for Billions ແລະ XM Technovator. ຈັດຕັ້ງການເຝິກອົບຮົມສຳລັບໂຄງການທຸລະກິດທ້ອງຖິ່ນດ້ານການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ.

ມື້ກ່ອນປິດຮັບສະໝັກ

ໂຄງການນີ້ເປັນສ່ວນໜຶ່ງຂອງໂຄງການບົ່ມເພາະທຸລະກິດສີຂຽວ the SAFE initiative ທີ່ສະໜັບສະໜູນໂດຍ ອົງກອນບໍລິການດ້ານປ່າໄມ້ເກົາຫຼີ (KFS) ເຊິ່ງຮ່ວມກັນຈັດຕັ້ງປະຕິບັດໂດຍ ອົງກອນສະຫະປະຊາຊາດເພື່ອສິ່ງແວດລ້ອມ (UNEP), Bridge for Billions ແລະ XM Technovator

ກ່ຽວກັບໂຄງການ

ອົງກອນສະຫະປະຊາຊາດເພື່ອສິ່ງແວດລ້ອມ (UNEP), the Korea Forest Service (KFS) ແລະ Bridge for Billions ໄດ້ຮ່ວມກັນສ້າງໂຄງການບົ່ມເພາະທຸລະກິດແບບບໍ່ເສຍຄ່າເປັນໄລຍະເວລາ 4 ເດືອນເພື່ອສະໜັບສະໜູນ 30 ໂຄງການທຸລະກິດສີຂຽວທົ່ວ ສປປ ລາວ
ເປົ້າໝາຍຂອງໂຄງການແມ່ນເພື່ອຊ່ວຍເຫຼືອທຸລະກິດທ້ອງຖິ່ນໃນການເຊື່ອມຕໍ່, ປັບໂຄງສ້າງທຸລະກິດ ແລະ ສົ່ງເສີມແຜນທຸລະກິດຂອງພວກເຂົາເພື່ອປະກອບສ່ວນເຂົ້າໃນເສດຖະກິດທ້ອງຖິ່ນ ແລະ ການປົກຮັກສາປ່າໄມ້

ຂໍ້ມູນເພີ່ມຕື່ມ

ເຂົ້າຮ່ວມການເຜີຍແຜ່ຂໍ້ມູນກ່ຽວກັບໂຄງການກັບພວກເຮົາເພື່ອຟັງລາຍລະອຽດວິທີການສະໝັກ ແລະ ສອບຖາມເພີ່ມເຕີມ

ມາເປັນສ່ວນນຳພວກເຮົາເພື່ອ:

ສ້າງການປ່ຽນແປງໃນທາງບວກ

ສະໜັບສະໜຸນໂຄງການ ຫຼື ທຸລະກິດທີ່ກ່ຽວກັບສິ່ງແວດລ້ອມແບບຍືນຍົງຢ່າງເປັນມືອາຊີບ

ເປັນສ່ວນໜຶ່ງຂອງຊຸມຊົນ ແລະ ເຄືອຂ່າຍທຸລະກິດສີຂຽວກັບພວກເຮົາ

ເຂົ້າຮ່ວມກຸ່ມກັບຜູ້ຊ່ຽວຊານ ແລະ ຄູເຝິກທັງຍິງ ແລະ ຊາຍໃນພາກພື້ນພ້ອມເຂົ້າຮ່ວມກິດຈະກຳກັບຜູ້ຊ່ຽວຊານຜູ້ອື່ນໆ, ບັນດາຜູ້ປະກອບການດ້ານອຸດສາຫະກຳພ້ອມຄູ່ຮ່ວມງານໂຄງການ.

ເຮັດວຽກຮ່ວມກັນກັບຄູເຝິກຂອງທ່ານ

ຕິດຕໍ່ກັບຜູ້ປະກອບການທີ່ຢູ່ເບື້ອງຫຼັງໂຄງການທີ່ປະສົບຜົນສຳເລັດ. ໂຄງການຂອງພວກເຮົາໄດ້ເຜີຍແຜ່ເນື້ອໃນຜ່ານທາງອອນລາຍ ແລະ ສົນທະນາປະຈຳອາທິດກັບຄູເຝິກຂອງທ່ານເພື່ອຈັດຕັ້ງປະຕິບັດທຸລະກິດ, ທ່ານຈະໄດ້ປຶກສາຫາລືກັບຄູຝຶກ ເພື່ອສ້າງແຜນທຸລະກິດທີ່ຊັດເຈນ, ຕິດຕາມຢ່າງເປັນປະຈຳພ້ອມກັບການເຂົ້າຮ່ວມກັບອົງກອນ Bridge for Billions ເພື່ອຮຽນຮູ້ແຜນການທາງທຸລະກິດ.

ຂໍ້ມູນເພີ່ມຕື່ມ:

ເພີ່ມທັກສະການເປັນຜູ້ນຳຂອງທ່ານ

ພັດທະນາທັກສະຂອງເພື່ອຮຽນຮູ້ໃນການເປັນຜູ້ຊ່ຽວຊານ. ຮັບຟັງປະສົບການ ແລະ ທັກສະຄວາມເປັນຜູ້ນຳ, ທັກສະການເປັນຄູເຝິກ, ປັບແນວຄວາມຄິດ ແລະ ແຜນທຸລະກິດ

ໄດ້ຮັບໃບຢັ້ງຢືນ

ຫຼັງຈາກຈົບໂຄງການ, ທ່ານຈະໄດ້ຮັບໃບຢັ້ງຢືນຈາກທາງໂຄງການ ເພື່ອຢັ້ງຢືນວ່າການເຝິກອົບຮົມໄດ້ສິ້ນສຸດລົງ

ສາມາດຕິດຕໍ່ສອບຖາມໄດ້ຕະຫຼອດເວລາ

ທາງໂຄງການໄດ້ຈັດຕັ້ງປະຕິບັດໃນຮູບແບບອອນໄລນ໌ເພື່ອການເຂົ້າເຖິງຂໍ້ມູນທີ່ສະດວກ ແລະ ວ່ອງໄວ ພຽງແຕ່ນຳໃຊ້ອິນເຕີເນັດ

ພວກເຮົາຈະໃຫ້ຄຳແນະນຳໂຄງການຜ່ານກອງປະຊຸມອອນໄລນ໌ໄວໆນີ້

ກະລຸນາລົງທະບຽນເພື່ອເຂົ້າຮ່ວມ

ເງື່ອນໄຂຂອງຜູ້ສະໝັກ:

ສົ່ງແບບຟອມສະໝັກຂອງທ່ານກ່ອນ

ມື້
ຊົ່ວໂມງ
ນາທີ

ປິດຮັບສະໝັກໃນ ວັນທີ 13 ເດືອນມີນາ ປີ 2024

ໄລຍະເວລາໂຄງການ

02
02

ປະກາດລາຍຊື່ຜູ້ທີ່ໄດ້ຖືກຄັດເລືອກ

ອາທິດຂອງວັນທີ 25 ມີນາ

ຜູ້ສະໝັກທີ່ຖືກຄັດເລືອກຈະໄດ້ຮັບການຕອບຮັບເພື່ອເຂົ້າຮ່ວມໂຄງການ

03
03

ແນະນຳຜູ້ປະກອບການ ແລະ ຄູເຝີກ

ອາທິດຂອງວັນທີ 25 ມີນາ

ສຳມະນາກ່ຽວກັບລາຍລະອຽດຂອງໂຄງການ, ໄລຍະເວລາຂອງໂຄງການ ແລະ ທຳຄວາມຮູ້ຈັກກັບຜູ້ທີ່ມີຄວາມສົນໃຈດຽວກັນ

04
04

ຈັບຄູ່ກັບຜູ້ປະກອບການ ແລະ ຄູເຝິກ

ຕົ້ນເດືອນເມສາ

ຜູ້ເຂົ້າຮ່ວມຈະຕ້ອງໄດ້ເລືອກຄູເຝິກທີ່ພວກເຂົາຢາກຮ່ວມງານນຳ ແລະ ເລີ່ມສຳພາດເພື່ອຈັບຄູ່ລະຫວ່າງເຈົ້າຂອງທຸລະກິດ ແລະ ຄູເຝິກທີ່ຈະໃຫ້ຄຳປຶກສາ

ຖ້າທ່ານມີຄໍາຖາມ ຫຼື ຕ້ອງການຄວາມຊ່ວຍເຫຼືອເພື່ອຕື່ມຂໍ້ມູນໃສ່ແບບຟອມສະໝັກ, ພວກເຮົາມີທີມງານທີ່ສາມາດອຳນວຍຄວາມສະດວກໃຫ້ທ່ານ

Martin Jacobo

ຜູ້ຈັດການໂຄງການ Bridge for Billions

Jim

ຜຸ້ຈັດການໂຄງການ